ບໍລິສັດລັດວິສາຫະກິດໂຮງງານຜະລິດຢາເລກມອບຢາຮັກສາປິ່ນປົວສຸຂະພາບໃຫ້ແກ່ກອງບັນຊາການທະຫານເມືອງຫາດຊາຍຟອງ ເພື່ອເປັນຢາແຮສຸກເສີນໃນບັ້ນປິດຊຸດອົບຮົມປະຈຳປີວຽກງານປອ້ງກັນຊາດທົ່ວນະຄອນຫຼວງວຽງຈັນ ຊຶ່ງຈະຈັດຂຶ້ນໃນມໍ່ໆນີ້ ,ກ່າວຮັບໂດຍ ທ່ານ ພັຕ ອີນທາ ອິນພະຈັນຮ່ວມກັບ ທ່ານ ຮອ ດວງເພັດ ວິລະວັນ ພອ້ມດ້ວຍ ທ່ານ ນ ຈອມມະນີ ສົມສະໜິດ ຕາງໜ້າຝ່າຍບໍລິຫານຂອງບໍລິສັດ/ໂຮງງານ.

            

                                                ຮູບພາບ:  ປະກອບສ່ວນວຽກງານປ້ອງກັນຊາດ

 

ບໍລິສັດ ລັດວິສາຫະກີດ ໂຮງງານຜະລິດຢາເລກອຸປະຖຳຢາແຮສຸກເສີນໃຫ້ແກ່ ສະຫະພັນກະຕໍ້-ຊິນລອ້ມ ນະຄອນຫຼວງວຽງຈັນເພື້ອເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດຄັ້ງທີ XI ທີ່ແຂວງຊຽງຂວາງ ຊຶ່ງຈະຈັດຂຶ່ນໃນລະຫວ່າງວັນ 8-22/12/2022 ໂດຍ ທ່ານ ດຣ                                                 ນ ບົວສອນ ທ່ຽງວັນນະທິ ຜູ້ຈັດການຝ່າຍບໍລິຫານເປັນຜູ້ມອບ ແລະຮັບໂດຍ

ທ່ານ ໂສວັນ ສຸພາບພະວົງສີ ຕາງໜ້າສະຫະພັນດັ່ງກ່າວເປັນຜູ້ກ່າວຮັບ.


                                            

ການມີສ່ວນຮ່ວມຕໍ່ຊຸມຊົນ: ເພື່ອສອດຄ່ອງກັບຄວາມຮັບຜິດຊອບຂອງພວກເຮົາໃນຖານະທີ່ເປັນໜື່ງໃນຜູ້ບຸກເບີກກ່ຽວກັບນະວັດຕະກໍາທາງດ້ານ​ການ​  ຢາສາທາລະນະສຸກ, ຈື່ງໄດ້ມີການຮ່ວມມືກັບຜູ້ໃຫ້ບໍລິການໃນດ້ານສາທາລະນະສຸກທົ່ວປະເທດ, ລັດຖະບານ ແລະ ຊຸມຊົນທ້ອງຖິ່ນ ເພື່ອປັບປຸງຄວາມຮູ້ກ່ຽວກັບສາທາລະນະສຸກ ແລະ ໃຫ້ການສະຫນັບສະຫນູນແກ່ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອໃນທັນທີແລະ ໄດ້ໃຫ້ການ ຊ່ວຍເຫຼືອຕໍ່ປະຊາຊົນພາຍໃນປະເທດຜູ້ທີ່ໄດ້ຮັບໄພພິບັດທາງທໍາມະຊາດເຊັ່ນລົມພະຍຸ ແລະ ໄພນໍ້າຖ້ວມຢູ່ໃນຫຼາຍແຂວງ ມີມູນ​ຄ່າ​ຫຼາຍ​ຮ້ອຍ​ລ້ານ​ກີບ. 

                  

ສ້າງນະວັດຕະກຳເພື່ອສຸຂະພາບສະເໝີ/ Always innovation for health 

https://pdc3-la.translate.goog/?_x_tr_sch=http&_x_tr_sl=auto&_x_tr_tl=lo&_x_tr_hl=thLAOS-ENGLISHhttps://pdc3-la.translate.goog/?_x_tr_sch=http&_x_tr_sl=auto&_x_tr_tl=lo&_x_tr_hl=th