#ກອງປະຊຸມທົບທວນການບໍລິຫານສິ່ງແວດລອ້ມໂຮງງານອຸດສາຫະກຳຢາຕາມມາດຖານສາກົນ ISO14001:2015ຄັ້ງທີ່1

- ການກວດກາລະບົບເອກກະສານດ້ານບໍລິຫານຈັດການດ້ານສິ່ງແລດລອ້ມ( 27/09/2023 )

- ທົບທວນລະບົບການບໍລິຫານຈັດການດ້ານສິ່ງແວດລອ້ມຕາມມາດຖານສາກົນ ISO14001:2015 ( 28/09/2023)

ໂດຍ ການຮ່ວມມືກັບ Green Life of Quality Thailand - GLQ Thailand


# ກອງທັບກັບປະຊາຊົນ...

ບໍລິສັດລັດວິສາຫະກິດໂຮງງານຜະລິດຢາເລກ3 ໄດ້ມອບຢາ ສຳລັບປອ້ງກັນພະຍາດ-ປິ່ນປົວສຸຂະພາບໃຫ້ແກ່ຫອ້ງເສນາກອງບັນຊາການທະຫານເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເພື່ອປະກອບສ່ວນໃຫ້ແກ່ກອ້ນກຳລັງຝຶກຊອ້ມສວນສະໜາມເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75  ປີທີ່ຈະມາເຖິງນີ້

ໜ້າທີ່ຮັບຜິດຊອບຂອງບໍລີສັດຕໍ່ສັງຄົມ-CSR( Corporate Social Responsibility)ແມ່ນຫຼັກການສາກົນໃນການ ດຳເນີນທຸລະກິດ

ສືບຕໍ່ປະກອບສ່ວນໃນການພັດທະນາຊັບພະຍກອນມະນຸດ

ປະຖົມນິເທດໃຫ້ແກ່ນັກສຶກສາປີທີ5 ປຼິນຍາຕີເພສັຊສາດ ສາຂາວິຊາວິທະຍາສາດເພສັຊກຳ ສົກປິ 2022-2023 ຊຸດທີ 2 ທີ່ລົງຝຶກງານ 6 ອາທິດ, ຈາກຄະນະເພສັຊສາດ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ທີ່ ບໍລິສັດ ລັດວິສາຫະກິດໂຮງງານຜະລີດຢາເລກ3.

ນີ້ແມ່ນການຫັນຈາກການຮຽນພາທີດສະດີ ສູ່ພາກປະຕິບັດຕົວຈິງໃນລະດັບໂຮງງານອູດສາຫະກຳດ້ານຢາ ແມ່ນການປະກອບສວ່ນຂອງພາກອຸດສາຫະກຳເຂົ້າໃນການພັດທະນາບຸກຄະລາກອນ ໃຫ້ເຂົາໄດ້ກາຍເປັນເພສັຊກອນທີ່ດີ ເປັນ :

     ມືອາຊີບ ( Professionalism )

     ມີນະວັດຕະກຳຢ່າງຕໍ່ເນື່ອງ( Contineous Innovation)

     ມີຄຸນນະພາບຮອບດ້ານ( Total Quality )

     ມີຄວາມເປັນນ້ຳໜຶ່ງໃຈດຽວກັນ( Unity )


#ເມືອງຫີນບູນ ແລະ ຄູນຄຳແຂວງ ສືບຕໍ່ໄດ້ຮັບເຄື່ອງຊ່ວຍເຫຼືອຫຼັງນ້ຳຖ້ວມ

  ໃນຕອນບ່າຍວັນທີ 18 ສີງຫາ 2023 ຕາງໜ້າ ບໍລີສັດ ລັດວິສາຫະກິດ ໂຮງງານຜະລີດຢາເລກ3 ຈາກນະຄອນຫຼວງວຽງຈັນ ໂດຍ ທ່ານ ດຣ ພູຂົງ ໂຈມມາລາ ຮອງຜູ້ອຳນວຍການແລະທິມງານຄຸ້ມຄອງໄພພິບັດຂອງໂຮງງານ/ບໍລິສັດ ໄດ້ນຳເຄືອ່ງຊ່ວຍເຫຼືອເພື່ອປະກອບສ່ວນແກ້ໄຂຂໍ້ຫຍູ້ງຍາກແກ່ພໍ່ແມ່ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຈຳນວນ 14 ບ້ານ ລວມມີຢາປອ້ງກັນ-ປິ່ນປົວຮັກສາສຸຂະພາບ ໝີ່ ປອ໋ງປາ ເກືອ ມູນຄ່າທັງໝົດ 92.200.000ກີບ ,ໃຫ້ແກ່ຄະນະຄຸ້ມຄອງໄພພິບັດຂັ້ນເມືອງ.

ນອກຈາກນັ້ນ ໃນມື້ດຽວກັນ ທ່ານ ດຣ ເພັດວິວັນ ພອນແກ້ວ ກຳມະການສູນກາງກຳມະບານລາວ ປະທານກຳມະບານກະຊວງສາທາລະນະສຸກພອ້ມທິມງານກໍໄດ້ນຳເອົານ້ຳດື່ມແລະອື່ນໆ ໄປມອບໃຫ້ເຊ່ນດຽວກັນ

#ທິມງານຂໍອະນຸຍາດສະເໜີມາຍັງ ບໍລິສັດໄຟຟ້າລາວສາຂາເມືອງ ຄູນຄຳ  ສາຂາແຂວງ ແຂວງຄຳມ່ວນ ກໍຄື ບໍລິສັດໄຟຟ້າລາວຢູ່ສູນກາງ ,ບໍລິສັດເທີນຫິນບູນ-THPC ແລະບໍລີສັດອື່ນໆທີ່ສ້າງເຂື່ອນຕາມລອ່ງນ້ຳຫີນບູນ ຈົ່ງຮີບຮອ້ນປະສານງານແກ້ໄຂກະແສໄຟຟ້າໃຫ້ແກ່ປະຊາຊົນ 14 ບ້ານ ແລະ ສຳນັກງານຫອ້ງການພັກ-ລັດ ພາຍໃນເມືອງຢ່າງຮີບດ່ວນທີ່ສູດ !

ມີເຂົ້າ ແຕ່ປະຊາຊົນຈະອຶດເຂົ້າ ມີນ້ຳສ້າງນ້ຳບາດານ ແຕ່ປະຊາຊົນຈະບໍ່ໄດ້ໃຊ້ນ້ຳ ເພາະຂາດກະແສໄຟຟ້າ ນັບແຕ່ມື້ນ້ຳເລີ່ມຖ້ວມເປັນຕົ້ນມາ.

# ຂໍຂອບໃຈ ທ່ານ ຄຳສິງ ອໍລະວັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຫີນບູນ ທີໄດ້ເປັນກຽດຮັບເອົາເຄື່ອງຊ່ວຍເຫຼືອ ຈາກຄະນະອຳນວຍການ-ທິມງານບໍລິສັດ ລັດວິສາຫະກີດ ໂຮງງານຜະລິດຢາເລກ3 ມອບໂດຍ ທ່ານ ດຣ ພູຂົງ ໂຈມມາລາ ຮອງຜູ້ອຳນວຍການ ທີ່ພະນັກງານທຸກຄົນໄດ້ຫ້າງຫາກະກຽມ ເພື່ອປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ.

*ເມືອງຫີນບູນ ເບົາບາງກອ່ນເມືອງຄູນຄຳ ແຕ່ຖ້ວມ 40 ກວ່າບ້ານ ນ້ຳກໍບົກແຫ້ງໝົດແລ້ວ ແຕ່ເມືອງກໍຄືຄະນະຄຸ້ມຄອງໄພພິບັດຂັ້ນເມືອງຍັງໄດ້ສືບຕໍ່ລົງແຈກຢາຍເຄື່ອງຊ່ວຍເຫຼືອໃຫ້ບ້ານທີ່ຖືກກະທົບຢ່າງເປັນປົກກະຕິ.

ທີ່ຫອ້ງວ່າການເມືອງຫີນບູນ , ວັນທີ 19 ສິງຫາ 2023

      

#ມາດຖານສາກົນດ້ານສິ່ງແວດລອ້ມ

ບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ3ຮ່ວມກັບ Green Life of Quality Co.,Ltd ໄດ້ສືບຕໍອົບຮົມມາດຖານສາກົນດ້ານສິ່ງແວດລອ້ມໃນໂຮງງານອຸດສາຫະກຳດ້ານຢາ

(ກວດກາເອກກະສານມາດຖານ ISO 14.000/2015 )
      

#ມື້ທີ່2ການຝຶກອົບຮົມມາດຖານສາກົນດ້ານສິ່ງແວດລອ້ມ

ISO 14.000/2015

ບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ3ຮ່ວມກັບ Green Life of Quality Co.,Ltd ໄດ້ສືບຕໍອົບຮົມມາດຖານສາກົນດ້ານສິ່ງແວດລອ້ມໃນໂຮງງານອຸດສາຫະກຳດ້ານຢາ

(ກວດກາເອກກະສານມາດຖານ ISO 14.000/2015 ,ລົງເລິກຝ່າຍການຜະລິດ Pd1-Pd5 ,QA/QC,MT,AD-ST,Sale)

   

#ຍາມເສິກເຮົາສູ້ຍາມສະຫງົບຊຸກຍູ້ຊຶ່ງກັນແລະກັນ

ທ່ານ ພ ທ ບຸນເຖົາ ອຸດົມສັກ ເສນາຮັກ ກອງບັນຊາການທະຫານນະຄອນຫຼວງ ກ່າວຮັບເອົາຢາປິ່ນປົວຮັກສາສຸຂະພາບ ທີ່ບໍລິສັດ ລັດວິສາຫະກີດ ໂຮງງານຜະລິດຢາເລກ3 ອຸປະຖຳ ເພື່ອປະກອບສວ່ນເຂົ້າໃນວຽກງານປອ້ງກັນຊາດ.

   

#Training for environmental management systems in pharmaceutical industry-factory/cooperation between State Enterprise Pharmaceutical Factory No. 3 and Green Life Quality Consulting Co., Lt. (ISO.14000-ISO.14001:2015)

EMS : Environment Management System

* Environment means everything around us, both living and non-living, physical (tangible) and non-tangible (intangible, tradition, culture, belief) influence each other and support each other, the effect of one factor will inevitably strengthen or destroy the other.

- Natural Environment :  -Biotic Environment  - Abiotic Environment  - Man-made environment :

-Physical Environment (Physical Environment) -Social Environment (Social Environment)

 ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລອ້ມ

( ສະບັບປັບປູງ)ເລກທີ່ 29/ສພຊ , 18 ທັນວາ 2012.

#ມື້ທີ່1 (Basic Concept of ISO.14000:2015) ຄວາມຮູ້ເບື້ອງຕົ້ນ ,ທົດສອບ-ສອບເສັງຄວາມຮັບຮູ້

ການຝຶກອົບຮົມການບໍລິຫານລະບົບການຄຸ້ມຄອງສີ່ງແວດລອ້ມໃນໂຮງງານອຸດສາຫະກຳຢາ/ການຮ່ວມມືລະຫວ່າງ ບໍລິສັດລັດວິສາຫະກິດໂຮງງານຜະລິດຢາເລກ3 ແລະບໍລິສັດທີ່ປຶກສາ Green Life Quality Co.,Ltd.

( ISO.14000-ISO.14001:2015 )  EMS : Environment Management System

*ສິ່ງແວດລອ້ມ ຄືທຸກສິ່ງທຸກຢ່າງຢູ່ຮອບອ້ອມຂ້າງຕົວເຮົາ ທັ້ງທີ່ມີຊີວິດ ແລະບໍ່ມີຊີວິດ ທັ້ງເປັນຮູບປະທຳ( ຈັບຕອ່ງໄດ້)ແລະນາມມະທຳ(ຈັບຕອ້ງບໍ່ໄດ້ ເຊ່ນ ປະເພນີ ວັດທະນະທຳ ຄວາມເຊື່ອ ) ມີອິດທິພົນກ່ຽວຂອ້ງກັນ ເກື້ອກູນອູດໜູນຊຶ່ງກັນແລະກັນ ,ຜົນກະທົບຈາກປັດໃຈໜຶ່ງຈະມີສ່ວນເສີມສ້າງ ຫຼືທຳລາຍອີກສ່ວນໜຶ່ງ ຢ່າງຫຼີກລ້ຽງບໍ່ໄດ້.

- ສິ່ງແວດລອ້ມທີ່ເກີດຂຶ້ນເອງຕາມທຳມະຊາດ(Natural Environment)

ສິ່ງແວດລອ້ມທີ່ມີຊີວິດ(Biotic Environment)

ສິ່ງແວດລອ້ມທີ່ບໍ່ມີຊີວິດ(Abiotic Environment)

- ສິ່ງແວດລອ້ມທີ່ມະນຸດສ້າງຂຶ້ນ(Man-Made Environment)

ສິ່ງແວດລອ້ມທາງກາຍຍິພາບ(Physical Environment)

ສິ່ງແວດລ້ອມທາງສັງຄົມ ( Social Environment)

ມື້ທີ່2 (QA/QC,MT,ST///MT,Pd: Pd1,Pd2,Pd3,Pd4 ) QA/QC ກວດກາຄວບຄຸມຄຸນນະພາບ

MT ວິສາວະກຳເຕັກນິກ.  ST ເກັບມ້ຽນ-ສາງ.  Pd ການຜະລິດ (ຢາເມັດ,ຢາສັກສົ່ງ,ຢາສັກ,ນ້ຳ

ເຊື່ອມ,ຢາໃຊ້ພາຍນອກ,ຢາ-ຊາພື້ນເມືອງຊຸດເກີດລູກ,ຜ້າອັດປາກ-ດັງ)

#ມື້ທີ່3( (SA, AD: PS-Packaging Mat.RawMat,FN-AC).  SA ຝ່າຍຂາຍ.

AD ບໍລິຫານ: PS ຈັດຊື້ເຄື່ອງຫຸ້ມຫໍ່-ບັນຈຸ ວັດຖຸເຄມີ FN-AC.  ການເງິນ-ການບັນຊີ.

 

#ສະຫຼອງວັນແພດລາວ...

ດຣ ສຸກດາວັນ ພຼະສີສົມບັດ ແລະ ນາງ ຄຳປາວີ ຈັນທະວົງສາຈາກຝ່າຍການຄ້າ-ການຕະຫຼາດ ໄດ້ຕາງໜ້າບໍລິສັດລັດວິສາຫະກິດ ໂຮງງານຜະລິດຢາເລກ3 ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນແພດລາວ ແລະມອບປັດໃຈຊຸກຍູ້ວັນດັ່ງກ່າວທີ່ໂຮງໝໍມະໂຫສົດ...

         




 ກິດຈະກຳ ທັດສະນະສຶກສາ ຂອງພະນັກງານ ບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ3 ຈັດຕັ້ງໂດຍ 3 ອົງການຈັດຕັ້ງມາຫາຊົນ ທີ່ວັງວຽງ ( ຄັ້ງວັນທີ່18.03.2023 )

   

ກອງປະຊຸມການພັດທະນາໂຄງສ້າງຍຸດທະສາດ ສຳລັບສູນວິໄຈອາຫານ ແລະ ຢາທີ່ ໂຮງແຮມ ຄຣາວ ພະລາຊ່າ, ວັນທີ 07 ມີນາ(3) 2023 ທ່ານ ປອ ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ເປັນປະທານກ່າວເປີດນຳພາ ແລະ ປິດກອງປະຊຸມ

   ໂຄງການພັດທະນາອາຊີວະສຶກສາ(VELA)ດ້ວຍການສະໜັບສະໜູນຂອງເຢຍລະມັນ(GIZ)ສົມທົບກັບສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວແລະບໍລິສັດ108 ຂໍສຳພາດກ່ຽວກັບຄວາມຕອ້ງການນຳໃຊ້ພະນັກງານລະດັບອາຊີວະສຶກສາໃນອຸດສາຫະກຳດ້ານຢາໃນສປປລາວ.

                

ຮາກຖານກຳມະບານ ບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ3 ສະຫຼຸບການເຄື່ອນໄຫວປີ 2022 ແລະ ຜ່ານແຜນການປີ 2023, ພອ້ມທັງເຊື່ອມຊຶມເອກກະສານຂອງຄະນະບໍລິຫານງານສູນກາງກຳມະບານ ແລະ ເລົ່າມູນເຊື່ອວັນສ້າງຕັ້ງຄົບຮອບ 67 ປີ

  

ໜ່ວຍສະຫະພັນແມ່ຍິງ ບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ3 ຈັດພິທີເລົ່າມູນເຊື້ອແລະສະເຫຼີມສະຫຼອງວັນແມ່ຍິງສາກົນ 08/03/2022-2023 ຄົບຮອບ 113 ປີ.

ນາງ ແພງມະນີ ສາຍສະຫວັນ ຫົວໜ້າໜ່ວຍ ສພມ ໄດ້ຂຶ້ນເລົ່າມູນເຊື້ອວັນດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງການນຳສູງສຸດຂອງໂຮງງານ ພອ້ມດ້ວຍສະມາຊິກແມ່ຍິງຈຳນວນ 66 ຄົນ,ແລະໃນຕອນທ້າຍ ເລຂາໜ່ວຍພັກ ທ່ານ ຄຳຜຸຍ ອິນທະວົງ ໄດ້ກ່າວຄຳໂອວາດໃຫ້ທິດຊີ້ນຳໃນການເຄື່ອນໄຫວວຽກງານຂອງແມ່ຍິງ ໂດຍສະເພາະການປະກອບສ່ວນເຂົ້າໃນການຜະລິດຢາ.

   ວາງສະແດງຂາຍຢາ ແລະ ຜະລິດຕະພັນການແພດ ໃນງານຜະລິດຕະພັນລາວ Made in Laos 2023(ຟື້ນຟູເສດຖະກິດ ສົ່ງເສີມຜະລິດຕະພັນລາວ ກ້າວສູ່ສາກົນ) ທີ່ລາວໄອເຕັກ ແຕ່ວັນທີ່ 10-19/02/2023

           

ຄະນະອຳນວຍການ,ພ້ອມດ້ວຍຕາງຫນ້າ 3 ອົງການຈັດຕັ້ງມະຫາຊົນ, ຕາງຫນ້າພະນັກງານທັງຫມົດພາຍໃນ ບໍລິສັດ ລັດວິສາຫະກິດໂຮງງານຜະລິດຢາເລກ3 ໄດ້ເຂົ້າຢຽ້ມຂໍ່ານັບ ແລະ ອວຍພອນມອບຜະລິດຕະພັນການແພດແກ່ການນຳກົມເສນາຮັກ ແລະໂຮງໝໍສູນກາງ 103 ໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ແລະ ປີໃໝ່ສາກົນ2023

        

ໃນນາມບໍລິສັດລັດວິສາຫະກິດໂຮງງານຜະລິດຢາເລກ3ໄດ້ເຂົ້າຮ່ວມແລະວາງສະແດງ-ສະໜັບສະໜູນກອງປະຊຸມຄັ້ງປະຖົມມະເລີກສ້າງຕັ້ງສະມາຄົມອະນຸລັກຢາພື້ນເມືອງລາວ ວັນທີ 13 ມັງກອນ 2023,ທີ່ໂຮງແຮມ ແລນມາກ,ນຄວຽງຈັນ

Launching Meeting on Traditional Medicine  Preservation Association Vientiane Capital, 13th January 2023,Landmark Ht

    

ເຂົ້າຮ່ວມວາງສະແດງແລະຂາຍຢາ/ສິນຄ້າ ໃນກອງປະຊຸມວິຊາການປະຈຳປີຄັ້ງທີ່ IV ຂອງສະມາຄົມແພດພະຍາດຊຶມເຊື້ອລາວ(ສພຊລ) ທີ່ໂຮງໝໍມິດຕະພາບ150ຕຽງ

           

ພິທີເປີດໂຄງການ3ຫຼ່ຽມ ສ້າງຄວາມເຂັ້ມແຂງການຜະລິດອຸປະກອນການແພດນຳໃຊ້ເຂົ້າໃນການປອ້ງກັນໂຄວິດ-19 ໂດຍແມ່ນລັດຖະບານ ສປ ຈີນໃຫ້ທຶນຜ່ານອົງການສະຫະປະຊາຊາດດ້ານການພັດທະນາ. ທ່ານ ປອ ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານແລະຢາເປັນປະທານກ່າວເປີດ, ກ່າວລາຍງານຄວາມເປັນມາຂອງໂຄງການໂດຍ ທ່ານ ດຣ ສຸກສົມຄວນ ຈັນທະມາດ ຮອງຫົວໜ້າກົມອາຫານແລະຢາ ທັງເປັນຜູ້ປະສານງາລວມ.

ເປັນກຽດເຂົ້າຮ່ວມແລະມີຄຳເຫັນໃນພິທີຂອງທ່ານ ຫານ ຢີ ເລຂາໂທ ຮັບຜິດຊອບເສດຖະກີດແລະການຄ້າ ສະຖານທູດ ສປ ຈີນປະຈຳລາວ, ທ່ານ ອັບດູນວາກອສ ອັບດຸນຣາມານອບ ຕາງໜ້າຫອັງການ ສປຊດ້ານການພັດທະນາ, ທ່ານຜູ້ຕາງໜ້າກະຊວງແຜນການ ແລະ ການລົງທຶນ ແລະ ພະນັກງານຂັ້ນສູງທີ່ກ່ຽວຂອ້ງຂອງທັງ3ຝ່າຍ.ດຣ ພູຂົງ ໂຈມມາລາ ໃນນາມຕາງໜ້າທ່ານຜູ້ອຳນວຍການ,

ຮອງ ຜອ ບໍລິສັດ ລັດວິສາຫາກິດ ໂຮງງານຜະລິດຢາເລກ3 ກ່າວມີຄຳເຫັນ ຂອບໃຈ ແລະ ກ່າວປິດພິທີຢ່າງເປັນທາງການ (ສປຈີນ-ສປຊ ດ້ານການພັດທະນາ-ສປປລາວ/ພາກພື້ນອາຊີ-ປາຊີຟິກ:ບັງຄະລາເທດ ມານດີບ ປາກິດສະຖານ ສປປລ)

 

               ຮູບພາບ: ພິທີເປີດໂຄງການ3ຫຼ່ຽມ ສ້າງຄວາມເຂັ້ມແຂງການຜະລິດອຸປະກອນການແພດນຳໃຊ້ເຂົ້າໃນການປອ້ງກັນໂຄວິດ-19

ບໍລິສັດລັດວິສາຫະກິດໂຮງງານຜະລິດຢາເລກ3 ມອບຢາຮັກສາປິ່ນປົວສຸຂະພາບໃຫ້ແກ່ກອງບັນຊາການທະຫານເມືອງຫາດຊາຍຟອງ ເພື່ອເປັນຢາແຮສຸກເສີນໃນບັ້ນປິດຊຸດອົບຮົມປະຈຳປີວຽກງານປອ້ງກັນຊາດທົ່ວນະຄອນຫຼວງວຽງຈັນ ຊຶ່ງຈະຈັດຂຶ້ນໃນມໍ່ໆນີ້ ,ກ່າວຮັບໂດຍ ທ່ານ ພັຕ ອີນທາ ອິນພະຈັນຮ່ວມກັບ ທ່ານ ຮອ ດວງເພັດ ວິລະວັນ ພອ້ມດ້ວຍ ທ່ານ ນ ຈອມມະນີ ສົມສະໜິດ ຕາງໜ້າຝ່າຍບໍລິຫານຂອງບໍລິສັດ/ໂຮງງານ.

                                                                                                                                                                                                  ຮູບພາບ: ປະກອບສ່ວນວຽກງານປ້ອງກັນຊາດ

ກອງປະຊຸມປຶກສາຫາລຶ ແລະ ປະກອບຄຳຄິດເຫັນ ໃສ່ຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາຄັ້ງທີ່ 2

The 2nd meeting on  consultation  and comments to the draft of law on Natural medicinal resources
  
                    ຮູບພາບ: ກອງປະຊຸມປຶກສາຫາລຶ ແລະ ປະກອບຄຳຄິດເຫັນ ໃສ່ຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາຄັ້ງທີ່ 2

 ກອງປະຊຸມທົບທວນການຈັດຕັ້ງ ຍຸດທະສາດແຫ່ງຊາດດ້ານຢາພື້ນເມືອງ (2012-2015) ແລະ ປຶກສາຫາລື ຮ່າງຍຸດທະສາດແຫ່ງຊາດດ້ານຢາພື້ນເມືອງ (2023-2030)

  Workshop on review the implementation of the National Traditinal Medicine

  Strategy (2012-2015) and consutation of the draft National Traditional

   Medicine Strategy(2012-2015)

   

               ຮູບພາບ:  ກອງປະຊຸມທົບທວນການຈັດຕັ້ງ ຍຸດທະສາດແຫ່ງຊາດດ້ານຢາພື້ນເມືອງ (2012-2015) ແລະ ປຶກສາຫາລື ຮ່າງຍຸດທະສາດແຫ່ງຊາດດ້ານຢາພື້ນເມືອງ (2023-2030)


 


 ຮູບພາບ: ອຸປະຖຳຢາແຮສຸກເສີນໃຫ້ແກ່ສະຫະພັນກະຕໍ້-ຊິນລອ້ມ 

ບໍລິສັດ ລັດວິສາຫະກີດ ໂຮງງານຜະລິດຢາເລກ3 ອຸປະຖຳຢາແຮສຸກເສີນໃຫ້ແກ່ ສະຫະພັນກະຕໍ້-ຊິນລອ້ມ ນະຄອນຫຼວງວຽງຈັນເພື້ອເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດຄັ້ງທີ XI ທີ່ແຂວງຊຽງຂວາງ ຊຶ່ງຈະຈັດຂຶ່ນໃນລະຫວ່າງວັນ 8-22/12/2022 ໂດຍ ທ່ານ ດຣ ນ ບົວສອນ ທ່ຽງວັນນະທິ ຜູ້ຈັດການຝ່າຍບໍລິຫານເປັນຜູ້ມອບ ແລະຮັບໂດຍ

ທ່ານ ໂສວັນ ສຸພາບພະວົງສີ ຕາງໜ້າສະຫະພັນດັ່ງກ່າວເປັນຜູ້ກ່າວຮັບ.


ໃນວັນທີ 9 ຕຸລາ 2021 ກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ແລະ 3 ອົງການຈັດຕັ້ງມະຫາຊົນ. ບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ສືບຕໍ່ສະໜອງອາຫານແຫ້ງ: ໄຂ່ໄກ່ ແລະ ເສັ້ນໝີໃຫ້ແກ່ພະນັກງານທັງໝົດເພື່ອຊ່ວຍບັນເທົາ ແລະ ແບ່ງເບົາຄວາມຫຍຸ້ງຍາກໃນຊ່ວງໂຄວິດລະບາດ

 

              ຮູບພາບ: ກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ແລະ 3 ອົງການຈັດຕັ້ງມະຫາຊົນ. ບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ 3

ໃນວັນທີ 24.ເມສາ.2020 ກົງກັບວັນສຸກ ກອງທືນຊ່ວຍເຫຼືອເຊີ່ງກັນ ແລະ ກັນຂອງ ບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ໄດ້ມອບເຄື່ອງອຸປະໂພກ, ບໍລິໂພກທີ່ຈຳເປັນໄດ້ແກ່: ເຂົ້າສານ, ໄຂ່ໄກ່ ແລະ ໝີ່. ໃຫ້ແກ່ພະນັກງານທຸກຄົນໃນຊ່ວງວີກິດໂຄວິດ-19.

ຂໍໃຫ້ທຸກຄົນຮ່ວມແຮງຮ່ວມໃຈກັນຜ່ານວິກີດນີ້ໄປໃຫ້ໄດ້.

           

                         ຮູບພາບ: ການແຈກເຄື່ອງໃຫ້ແກ້ພະນກງານຂອງບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ3

 ໃນຕອນແລງຂອງວັນທີ 26/03/2020 ຜູ່ອຳນວຍການ ບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ3 ພ້ອມດ້ວຍຄະນະ ໄດ້ມີການເຜີຍແຜ່ແຈ້ງການຂອງ ຄະນະສະເພາະກິດ, ຄະນະສະເພາະກິດເພື່ອປ້ອງກັນຄອບຄຸມ ແລະ ແກ້ໄຂການລະບາດ COVID-19 ສະບັບເລກທີ 012/ສພກ ລົງວັນທີ 16 ມີນາ 2020 ທຸກຄົນທີ່ເດີນທາງເຂົ້າມາ ສປປ ລາວ, ຕ້ອງປະຕິບັດມາດຕາການກຳຈັດບໍລີເວນຢູ່ສະຖານທີ່ພັກເຊົາເປັນເວລາ 14 ວັນດັ່ງນັ້ນໄດ້ແຈ້ງໃຫ້ແກ້ພະນັກງານທັງໝົດພາຍໃນໂຮງງານຮັບຮູ້ ແລະ ປະຕິບັດຕາມແຈ້ງການດັ່ງກ່າວເພື່ອປ້ອງກັນພະຍາດ COVID-19.

    ຂັ້ນຕອນໃນການຈຳກັດບໍລີເວນຢູ່ສະຖານທີພັກເຊົາຂອງຕົນເອງຄື

        1. ວັດແທກ ອຸ່ນຫະພູມຮ່າງກາຍ ສອງເທື່ອຕໍ່ມື້ (ເຊົ້າ-ແລງ), ສັງເກດຕົນເອງວ່າມີການໄຂ້,ໄອ ຫຼື ຫາຍໃຈຍາກ ແລະ ອາການອື່ນໆ.

        2. ໃຫ້ຢູ່ແຕ່ໃນສະຖານທີ່ພັກເຊົາຂອງຕົນເອງເທົ່ານັ້ນ (ເຮືອນ, ໂຮງແຮມ, ຫໍພັກ, ສະຖານທີ່ຈັດກຽມໄວ້) ເປັນເວລາ 14 ວັນ, ໃຫ້ມີຜູ້ສົ່ງອາຫານ    

            ແລະ ນ້ຳໃຫ້ຢູ່ໜ້າຫ້ອງ.

        3. ບໍ່ໃຫ້ເດີນທາງໄປຂ້າງນອກ, ບໍ່ໃຫ້ໃກ້ຊິດກັບຄົນອື່ນ ໂດຍບໍ່ໄດ້ຮັບການອະຍຸຍາດ.

        4. ຖ້າບໍ່ມີຫ້ອງເປັນຂອງຕົນເອງ ໃຫ້ຈັດສັນບໍລິເວນພັກເຊົາຂອງຕົນເອງ ໃຫ້ຫ່າງຈາກຄົນອ້ອມຂ້າງ ຢ່າງນ້ອຍ 2 ແມັດ ແລະ  

             ບໍ່ໃຫ້ໃຊ້ເຄື່ອງຂອງປະປົນກັບຄົນອື່ນ.

        5. ເປີດປ່ອງຢ້ຽມ ເພື່ອລະບາຍອາກາດພາຍໃນຫ້ອງ ໃຫ້ຖ່າຍເທ.

       6. ໝັ້ນລ້າງມືໃສສະບູ ແລະ ນ້ຳສະອາດ ຫຼື ໃຊ້ເຈວລ້າງມືທີ່ມີສ່ວນປະສົມຂອງເຫຼົ້າ ແຕ່ 70% 95%.

        7. ຮັກສາມາລະຍາດໃນເວລາການໄອ ແລະ ຈາມ ໃຫ້ອັດປາກ ແລະ ດັງດ້ວຍກົກແຂນ ຫຼື ໃຊ້ເຈ້ຍອະນາໄມ ແລະ 

           ຖີ້ມເຈ້ຍອະນາໄມທີ່ໃຊ້ແລ້ວໃສ່ຖັງຂີ້ເຫຍື້ອທັນທີ.

       8. ຖ້າວ່າຮູ້ສືກບໍ່ສະບາຍ ມີໄຂ້, ໄອ ຫຼື ມີບັນຫາລະບົບຫາຍໃຈ, ມີຄວາມຕ້ອງການ ການບໍລິການທາງການແພດ ອື່ນໆ ແມ່ນໃຫ້ໂທ 166 

          ພ້ອມທັງເລົ່າປະຫັວດການເດີນທາງແຕ່ເຂດສ່ຽງໃຫ້ທ່ານໝໍຢ່າງລະອຽດ.

       9. ພາຍຫຼັງຕິດຕາມຄົບກຳນົດ 14 ວັນ ແລະ ບໍ່ມີອາການຜິດປົກກະຕິຫຍັງ ແມ່ນສາມາດອອກໄປເຄື່ອນໄຫວດຳເນີນວຽກປະຈຳວັນຕາມປົກກະຕີ.

                                               

                                   ຮູບພາບ: ການອົບຮົມການປ້ອງກັນໂຄວິດ-19 ໃຫ້ແກ້ພະນກງານຂອງບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ3

          ເລີ່ມປະຕິບັດ ຕາມແຈ້ງການຂອງ ຜູ່ອຳນວຍການ ບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ3 ພ້ອມດ້ວຍຄະນະ ແມ່ນໄດ້ມີຄຳສັ່ງໃຫ້ພະນັກງານທຸກຄົນ ແລະ ແຂກທາງນອກທີ່ເຂົ້າມາພົວພັນວຽກໃນໂຮງງານຕ້ອງໄດ້ໃສ່ຜ້າອັດປາກ ແລະ ວັດແທກອຸ່ນຫະພູມຂອງຮ່າງກາຍ, ສີດນ້ຳຢາຂ້າເຊື້ອກ່ອນຈະເຂົ້າມາໃນໂຮງງານ ແລະ ຫ້າມໃຫ້ພະນັກງານທຸກຄົນອອກໄປນອກຈົນກ່ວາຈະເລີກວຽກໃນເວລາ 5ໂມງ ແລງ ແລະ ທາງໂຮງງານຂອງພວກເຮົາຍັງໄດ້ຜະລິດນ້ຳຢາຂ້າເຊື້ອເພື່ອລ້າງມືອອກຈຳໜ່າຍສູ່ສັງຄົມອີກດ້ວຍ.            

                           ຮູບພາບ: ການກວດກາປ້ອງກັນ ການແຜ່ເຊື້ອ ກ່ອນເຂົ້າໄປໃນ ບໍລິເວນດ້ານໃນຂອງບ່ອນເຮັດວຽກ (ໂຮງງານຜະລິດຢາເລກ3)      

ສ້າງນະວັດຕະກຳເພື່ອສຸຂະພາບສະເໝີ/ Always innovation for health 

https://pdc3-la.translate.goog/?_x_tr_sch=http&_x_tr_sl=auto&_x_tr_tl=lo&_x_tr_hl=thLAOS-ENGLISHhttps://pdc3-la.translate.goog/?_x_tr_sch=http&_x_tr_sl=auto&_x_tr_tl=lo&_x_tr_hl=th